ຄໍາວ່າ “ແບ່ງ” ແລະ “ປັນ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ຊຶ່ງໝາຍເຖິງການແຍກອອກ ຈາກກັນ ຫຼື ແຕກອອກຈາກກັນ ເພື່ອໃຫ້ຄົນອື່ນ ແຕ່ບໍ່ໝາຍວ່າເປັນຈໍານວນທັງໝົດ ແຕ່ຈະແມ່ນສ່ວນໃດສ່ວນນຶ່ງ ເຊັ່ນ:
ແບ່ງໃຫ້ນ້ອຍນຶ່ງຄືກັນກັບປັນໃຫ້ນ້ອຍນຶ່ງ, ແບ່ງແດ່ຄືກັນກັບປັນແດ່, ແບ່ງພູດເທົ່າກັນຄືກັນກັບປັນພູດເທົ່າ ກັນ. ພ້ອມນັ້ນ “ແບ່ງ” ແລະ “ປັນ” ຍັງໃຊ້ຄູ່ກັນໄດ້ ດັ່ງ “ແບ່ງປັນ” ໝາຍເຖິງການແບ່ງໃຫ້ ຫຼື ປັນໃຫ້ ຫຼື ເອົາ ໃຫ້ສ່ວນໃດສ່ວນນຶ່ງທີ່ບໍ່ແມ່ນຈໍານວນເຕັມ ຫຼື ທັງໝົດ.
https://doodido.com/%e0%ba%84%e0%bb%8d%e0%ba%b2%e0%ba%a7%e0%bb%88%e0%ba%b2-%e0%bb%81%e0%ba%9a%e0%bb%88%e0%ba%87-%e0%bb%81%e0%ba%a5%e0%ba%b0-%e0%ba%9b%e0%ba%b1%e0%ba%99-%e0%ba%a1/
|